D R I V E S A F E L I V E S A F E

Loading...

Smart Drive Education ແມ່ນໜ່ວຍງານໜື່ງທີ່ຢູ່ໃນສັງກັດ ໂຮງຮຽນວິຊາຊີບການຂັບຂີ່ ທົ່ງສ້າງງນາງ (THONGSANGNANG DRIVING SCHOOL) ມີໜ້າທີ່ໃຫ້ຕວາມຮູ້ ແລະ ເພີ່ມທັກສະ ການຂັບຂີ່ລົດ ສຳລັບຜູ້ຂັບຂີ່ລົດທົ່ວໄປໃຫ້ມີຄວາມປອດໄພ ແລະ ຖືກຕ້ອງຕາມຫຼັກການວກເຮົາສະໜັບສະໜູນການຂັບຂີ່ດ້ວຍຄວາມລະມັດລະວັງ ເຄົາລົບກົດຂະລາຈອນ ແລະ ຄຳນຶງເຖິງເພື່ອນຮ່ວມທ້ອງຖະໜົນ

ເຕັກນິກເພື່ອຄວາມປອດໄພ ການນຳໃຊ້ລົດໃນລະດູຝົນ

ການຂັບຂີ່ລົດໃຫ້ປອດໄພໃນລະດູຝົນ ຫຼືທາງປຽກມື່ນ

ແມ່ນຕ້ອງໃຊ້ຄວາມລະມັດລະວັງເປັນພິເສດ ເນື່ອງຈາກທັດສະນະວິໃສບໍ່ດີ ແລະສະພາບຖະໜົນປຽກມື່ນ ມາດຕະການຄວາມປອດໄພທີ່ສຳຄັນຄື ໃຊ້ຄວາມໄວຕ່ຳກວ່າປົກກະຕິ, ເພີ້ມໄລຍະຫ່າງຈາກລົດຄັນຢູ່ເບື້ອງໜ້າໃຫ້ຫຼາຍ, ເປີດໄຟຕາໃຫຍ່, ຫຼີກລຽງການໃຊ້ເບກຢ່າງກະທັນຫັນ ແລະທີ່ສຳຄັນຕ້ອງໄດ້ມີການກວດສອບສະພາບເຕັກນິກລົດໃຫ້ມີຄວາມພ້ອມຢູ່ສະເໝີ ຕາມແບບພື້ນຖານລຸ່ມນີ້:

 

ກວດກາສະພາບເຕັກນິກລົດເປັນປະຈຳ ຕາມແບບພື້ນຖານ BEWAGON

 

B (Brake): ກວດກາ ລະດັບນ້ຳມັນເບກ-ຄາດ ແລະຮອຍຮົ່ວຊືມຕ່າງໆ
E (Electric): ກວດກາ ລະບົບໄຟສັນຍານສື່ສານຕ່າງໆ ໃຫ້ໃຊ້ງານໄດ້ປົກກະຕິ
W (Water): ກວດກາ ລະດັບນ້ຳ ໃນເຕົ້ານ້ຳສຳຮອງ ແລະນ້ຳສີດລ້າງແວ່ນ
A (Air): ກວດກາ ຢາງຕີນລົດ-ລົມຢາງ ແລະອານາໄມກອງອາກາດ
G (Gasoline): ກວດກາ ນ້ຳມັນເຊື້ອໄຟ ແລະກອງນ້ຳມັນເຊື້ອໄຟ
O (Oil): ກວດກາ ລະດັບນ້ຳມັນລໍ່ລື່ນ ແລະຄຸນນະພາບຂອງນ້ຳມັນ
N (Noice): ກວດກາ ສຽງດັງຜິດປົກກະຕິຕ່າງໆ

 

ຂໍ້ສຳຄັນບາງຢ່າງ ທີ່ຕ້ອງໄດ້ເອົາໃຈໃສ່ຕື່ມ ໃນການຂັບຂີ່ລົດລະດູຝົນ ຫຼືທາງປຽກມື່ນ

 

ດອກຢາງຕີນລົດຕ້ອງບໍ່ຫ້ຽນຫຼາຍ ຫຼືມີຄວາມໜາ 2,5ມມ ຂື້ນໄປ, ລົມຢາງຕີນລົດຕ້ອງສູບລົມຕາມມາດຕະຖານຂອງຄູ່ມືກຳນົດ

 

 

 

 

 

ແກ້ວໜ້າລົດຕ້ອງສະອາດ, ປ້ຳສີດນ້ຳລ້າງແກ້ວຕ້ອງໃຊ້ງານໄດ້ດີ, ຝອຍປັດນ້ຳຝົນຕ້ອງປັດກ້ຽງດີ ຖ້າຮູ້ສຶກວ່າປັດນ້ຳອອກບໍ່ກ້ຽງດີ ແມ່ນໃຫ້ປ່ຽນໃໝ່

 

 

 

 

 

ເປີດໄຟຕາຕ່ຳ (ຫ້າມເປີດໄຟສຸກເສີນໃນເວລາຂັບຂີ່) ໃຊ້ຄວາມໄວຕ່ຳ ກວ່າປົກກະຕິ ແລະເພີ່ມຄວາມລະມັດລະວັງເປັນພິເສດ

 

 

 

 

 

 

ຮັກສາໄລຍະຫ່າງຈາກລົດຄັນຢູ່ເບື້ອງໜ້າໃຫ້ຫຼາຍກວ່າປົກກະຕິ, ຫຼີກລຽງການເບກກະທັນຫັນ

 

 

 

 

 

 

ຂັບລົດຊ້າລົງເມື່ອເຫັນນ້ຳຂັງຢູ່ຖະໜົນ ເພາະອາດຈະມີຂຸມເລິກ ຫຼືລົດເກີດອາການເຫີນນ້ຳ (ຕີນລົດຍົກຂື້ນເອງຈາກພື້ນທາງ ໄປຢູ່ເໜືອນ້ຳ ຍ້ອນການໃຊ້ຄວາມໄວລົດເວລາຝົນຕົກ ຫຼືແລ່ນຜ່ານອ່າງນ້ຳຂັງ)

 

 

 

 

 

ຖ້າມີອາການເຫີນນ້ຳແມ່ນຫ້າມຢຽບເບກຢ່າງຮຸນແຮງ ແລະຫັກພວງມະໄລກະທັນຫັນ ເພາະອາດຈະເຮັດໃຫ້ລົດເສຍຫຼັກ ແລະເກີດອຸປະຕິເຫດໄດ້