Welcome to your 8. ເຕັກນິກຂັບຂີ່ເພື່ອຄວາມປອດໄພ
ການປ້ອງກັນບໍ່ໃຫ້ເກີດອຸບປະຕິເຫດຕາມທາງຫຼວງມີຈັກວິທີຄືວິທີໃດແດ່?
ເປັນຫຍັງຈຶ່ງແນະນຳໃຫ້ຜູ້ຂັບຂີ່ລົດເບິ່ງໄປທາງຂ້າງໜ້າໃຫ້ໄກ?
ເປັນຫຍັງຈຶ່ງກວດສາຍຕາ ຂອງຜູ້ຈະເຂົ້າຝຶກອົບຮົມ ແລະ ສອບເສັງເອົາໃບອະນຸຍາດຂັບຂີ່ລົດ?
ເປັນຫຍັງຈຶ່ງໃຫ້ຜູ້ຂັບຂີ່ປັບເບາະນັ່ງ ໃຫ້ເໝາະສົມ?
ການປັບເບາະນັ່ງ ຫ່າງຈາກພວງມະໄລບໍ່ເໝາະສົມກັບຜູ້ຂັບຂີ່ຈະມີຜົນກະທົບແນວໃດ?
ອາການເຕືອນລ່ວງໜ້າຂອງຄວາມອິດເມື່ອຍອ່ອນເພຍ ຂອງຜູ້ຂັບຂີ່ສະແດງອອກແນວໃດ?
ການ ປ້ອງກັນ ຄວາມອິດເມື່ອຍຮ່າງກາຍຂອງຜູ້ຂັບຂີ່ລົດ ຕ້ອງເຮັດແນວໃດ?
ເປັນຫຍັງໃນເວລາຂັບຂີ່ລົດຜູ້ຂັບຂີ່ຕ້ອງເບິ່ງແບບໃຊ້ສາຍຕາກວາດໄປ ກວາດມາ ໃຫ້ທົ່ວທຸກຈຸດ?
ໃນເວລາຂັບລົດ ຖ້າເກີດອາການເຫງົານອນຂຶ້ນຜູ້ຂັບຂີ່ ຕ້ອງເຮັດແນວໃດ?
ຜູ້ຂັບຂີ່ລົດທີ່ມີຮ່າງກາຍບໍ່ແຂງແຮງ ຫຼື ເຈັບປ່ວຍ ຈະມີຜົນກະທົບຕໍ່ການຂັບຂີ່ແນວໃດ?
ຖ້າຜູ້ຂັບຂີ່ລົດດື່ມທາດເຫຼົ້າ ຫຼື ສິ່ງມຶນເມົາອື່ນໆ ຈະສົ່ງຜົນກະທົບຕໍ່ການຂັບຂີ່ແນວໃດ?
ສິ່ງລົບກວນ ແລະ ທຳລາຍ ສະມາທິ ທີ່ເກີດຈາກຜູ້ຂັບຂີ່ເອງ ມີຫຍັງແດ່?
ສິ່ງລົບກວນ ແລະ ທຳລາຍ ສະມາທິ ຂອງຜູ້ຂັບຂີ່ລົດ ຢູ່ພາຍໃນລົດ ມີຫຍັງແດ່?
ສິ່ງລົບກວນ ແລະ ທໍາລາຍ ສະມາທິ ຂອງຜູ້ຂັບຂີ່ລົດ ທີ່ເກີດມາຈາກພາຍນອກລົດ ມີຫຍັງແດ່?
ຈົ່ງປຽບທຽບ ການແນມເຫັນວັດຖຸໃດໜຶ່ງ ລະຫວ່າງ ເວລາ ຢູ່ກັບທີ່ ແລະ ເຄື່ອນທີ່ ຜູ້ຂັບຂີ່ຈະເຫັນວັດຖຸນັ້ນເປັນແນວໃດ?
ເມື່ອຜູ້ຂັບຂີ່ລົດແນມເຫັນສິ່ງກີດຂວາງຢູ່ທາງດ້ານໜ້າ ຈະໃຊ້ເວລາຕັດສີນໃຈເທົ່າໃດ?
ໃນສະພາບທາງປູຢາງ ທີ່ໃຊ້ຄວາມໄວ 50 ກິໂລແມັດຕໍ່ຊົ່ວໂມງ ໄລຍະທາງທີ່ໃຊ້ໃນການຢຸດລົດຈະເປັນເທົ່າໃດແມັດ?
ເມື່ອຝົນຕົກໜັກເຮັດໃຫ້ທາງປຽກມື່ນ ໄລຍະທາງໃນການຢຸດລົດ ຈະເພີ່ມຂຶ້ນເທົ່າໃດ?
ຖ້າເຮົາແລ່ນລົດດ້ວຍຄວາມໄວ 100 ກິໂລແມັດຕໍ່ຊົ່ວໂມງ ໃນ 1 ວິນາທີ ລົດຈະແລ່ນໄປໄດ້ຈັກແມັດ?
ຜູ້ຂັບຂີ່ລົດຈະໃຊ້ຄວາມໄວທີ່ເໝາະສົມແນວໃດ ເພື່ອຮັບປະກັນຄວາມປອດໄພ?
ຜູ້ຂັບຂີ່ລົດໃນຍາມກາງຄືນ ມີຄວາມສ່ຽງແນວໃດ?
ເມື່ອເຫັນລົດຄັນຢູ່ທາງດ້ານໜ້າ ເປີດໄຟສັນຍານ ລ້ຽວຊ້າຍ ແລະ ໄຟຫ້າມລໍ້ຮຸ່ງ ຜູ້ຂັບຂີ່ເຂົ້າໃຈແນວໃດ?
ເປັນຫຍັງຈຶ່ງໃຫ້ຫຼີກເວັ້ນການຢຸດລົດແບບກະທັນຫັນ?
ວິທີປ້ອງກັນບໍ່ໃຫ້ລົດແລ່ນມາທາງດ້ານຫຼັງຕໍາທ້າຍລົດເຮົາ ຕ້ອງເຮັດແນວໃດ?
ລົດທີ່ເກີດອຸບປະຕິເຫດ ຢູ່ທາງແຍກທີ່ມີໄຟສັນຍານຈະລາຈອນບັງຄັບ ມີສາເຫດມາຈາກຫຍັງ?